ບໍລິສັດລາວໂຕໂຢຕ້າບໍລິການ ຈຳກັດ ໄດ້ໃຫ້ການສະໜັບສະໜູນເງິນ ຈຳນວນ 30.000 ໂດລາສະຫະລັດ ຫຼື ປະມານ 240 ລ້ານກີບ ໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ ເພື່ອນຳໃຊ້ເຂົ້າໃນການບໍລິຫານຈັດການ ກໍຄືການເຝິກຊ້ອມ ເພື່ອກຽມຄວາມພ້ອມໃຫ້ແກ່ນັກກີລາບານເຕະທີມຊາດ ທັງຊາຍ ແລະ ຍິງ ໃນການແຂ່ງຂັນບານເຕະຮັບໃຊ້ຊາດໃນລາຍການຕ່າງໆ.
ພິທີມອບຮັບເງິນສະໜັບສະໜູນດັ່ງກ່າວ ໄດ້ມີຂຶ້ນວັນທີ 27 ຕຸລາ 2011 ຢູ່ສະຫະພັນບານເຕະແຫ່ງຊາດລາວ (ຫ້ວຍຫົງ) ເຊິ່ງກ່າວມອບໂດຍທ່ານ ເພັດຕາວັນ ອິນທະວົງ ຜູ້ຈັດການໃຫຍ່ ຝ່າຍລູກຄ້າສຳພັນ ແລະ ການຕະຫຼາດ ກ່າວຮັບໂດຍທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ໂດຍຊ້ອງໜ້າຄູເຝິກ ຜູ້ຊ່ວຍ ແລະ ນັກກີລາ ເຂົ້າຮ່ວມ.
vientianemaii
ພິທີມອບຮັບເງິນສະໜັບສະໜູນດັ
vientianemaii
0 comments:
Post a Comment