sabaidee. Powered by Blogger.

Nov 8, 2011

ເກີດຫຍັງຂື້ນກັບບານເຕະລາວ?



 ເກີດຫຍັງຂື້ນກັບບານເຕະລາວ?


ໃນສອງນັດທີ່ຜ່ານມາຂອງການແຂ່ງຂັນບານເຕະຊີເກມສ ຄັ້ງທີ26 ,ທີມຊາດລາວເຊີ່ງຜູ້ຫລີ້ນມີອາຍຸສ່ວນຫລາຍແມ່ນຕ່ຳກ່ວາຊາວສາມ
ນັ້ນເຫັນວ່າມີຜົນງານທີ່ບໍ່ໄດ້ເລຶ້ອງສຳລັບກອງເຊຍ,ເຊິ່ງອົດໃຈລຸ້ນແລະຕັ້ງໃຈ
ເຊີຍທີມຊາດລາວຕະຫລອດ.ກອງເຊຍລາວຄາດວ່າຜົນງານຂອງທີມຊາດລາວ
ອາດຈະສຳເລັດຜົນ
ຄືກັນກັບຜົນງານໃນຊີເກມສຄັ້ງທີເເລ້ວທີ່ວຽງຈັນເຊິ່ງຜ່ານເຂົ້າໄປໃນຮອບສີ່ທີມສຸດທ້າຍ,
ເຊິ່ງເປັນຄັ້ງທຳອິດທີ່ທີມຊາດລາວຍາດມາໄດ້ອັນດັບສີ່

   ຂ້າພະເຈົ້າເຫັນວ່າ;ການພັດທະນາຂອງບານເຕາະໃນລາວມີຄວາມກ້າວຫນ້າຢ່າງບໍຢຸດຢັ້ງ
;ບໍວ່າໃນຮູບເກມການຫລີ້ນ,ທັກສະຂອງນັກກິລາແລະພາລະກຳລັງຂອງນັກເຕະເຫັນວ່າດີຂື້ນ
ຖ້າທຽບໃສ່ກັບນັກເຕາະໃນອາດີດແລະທີມລາວກໍ່ໄດ້ເລີ້ມຈ້າງຄູເຝິກຈາກຕ່າງປະເທດ
ເຊີ່ງບໍ່ເຄີຍມີມາກອ່ນ,ນັ້ນກໍ່ສະແດງໃຫ້ເຫັນການເອົາໃຈໃສ່ແລະເຫັນຄວາມສຳຄັນ
ຂອງກິລາປະເພດນີ້ຂອງສະຫະພັນບານເຕະແຫ່ງຊາດ.
ຖ້າບານເຕະລາວໄດ້ຮັບການສະໜັບສະໜູນຫລາຍກວ່າເກົ່າຈາກພາກສ່ວນລັດແລະວິສາຫະກິດແລ້ວ
,ບານເຕະລາວຈະກ້າວໜ້າໄວຍິ່ງຂື້ນຢ່າງແນ່ນນອນເພາະລາວມີເຍົາວະຊົນທີ່ມີ
ພອນສະຫວັນແລະຮັກບານເຕະແຕ່ເຍົາໄວເຊິ່ງຂາດແຕ່ງພຽງການສະຫນັບສະໜູນຢ່າງເຕັມທີ່ເທົ່ານັ້ນ.
ທຸກໆຊາດໃນພາກພື້ນກໍມີການພັດທະນາຄຽງຄູ່ກັນໄປຄືກັນ,
ຈະເຫັນວ່າທີມອອ່ນຢ່າງຕີມໍ ເລດສເຕ,ບຣູໄນ ແລະຟິລິປິນກໍ່ມີການພັດທະນາຫລາຍ
ໃນຊວ່ງສອງສາມປີທີ່ຜ່ານມາ ,ເຊີ່ງຈະເຮັດໃຫ້ການເເຂ່ງຂັນກັນໃນພາກພື້ນນີ້
ມີຄວາມຟົດເດືອດຂື້ນກວ່າເກົ່າ.
ລາວຈະຕົກເປັນລຳດັບສຸດທ້າຍໃນອາຊີຕາເວັນອອກຊ່ຽງໄຕ້ບໍ? ນີ້ແມ່ນຈະຂື້ນຢູ່ກັບການຊຸກຍູ້ແລະການສະໜັບສະໜູນຂອງພາກສ່ວນທີ່ກຽ່ວຂອ້ງ
,ວິສາຫະກິດ,ນັກທຸລະກິດແລະປັດໃຈອຶ່ນໆ.

ໂດຍ:ກອງເຊຍລາວ

Laos National Team 2023

Laos National Team 2023
2023

Laos U19

Laos U19
2015

Laos vs Myanmar suzuki cup2012

Laos Premier League 2013>>Table

RED CARD

RED CARD
SOPHA WAS GIVEN A RED CARD, INDONESIA VS LAOS

Suzuki cup 2012

Suzuki cup 2012
Laos National Team 2012

Laos U16 (Red), vs Yemen

Laos U16 (Red), vs Yemen
Laos vs Yemen, AFC U16

AFF women's football championship 2012,

AFF women's football championship 2012,
Laos vs Thailand

Blogs+Previous articles

document translation

Hot topic