sabaidee. Powered by Blogger.

Dec 8, 2013

ທິມລາວຕໍ່ໃຫ້ສິງກະໂປ






ທິມຊາດລາວອາຍຸບໍ່ເກີນ23 ນັດທຳອິດໃນມື້ນີ້
ນາທີທຳອິດກໍໂຊສິລະປະມວຍລາຍລາວຂອງສາຍຊົນເຕະເຂົ້າທອ້ງຂອງຜູ້ຫລິ້ນສິງກະໂປ ກຳມະການຊາວຈິນບໍ່ໄດ້ຫລາຍລາຍດຶງໃບແດງອອກມາສົ່ງສາຍຊົນອອກ ໂດຍສາຍຊົນຍັງບໍ່ໄດ້ສຳພັດໝາກບານຊ້ຳ. ຜູ່ຫລິ້ນລາວຮູບຮ່າງເສຍປຽບ ຮູບເກມເສຍປຽບ ຜູ່ຫລິ້ນໜອ້ຍກວ່າ ຄະແນນຕາມຫລັງຢູ່ໜຶ່ງລູກ.

ເຄິ່ງເວລາທີ່ສອງ ຕອ້ງມາເບິ່ງຄູເຝິກຊາວຢີ່ປຸ່ນຈະໃຊ້ຍຸດທະວີທີແນວໃດຈຶ່ງຈະຮັກສາແຕ້ມບໍ່ໃຫ້ເສຍຫລາຍ ຫລືມີແຜນແນວໃດຈຶ່ງຈະສາມາດຍິງສະເໝີ ຫລືຖ້າໂຊກເຂົ້າຂ້າງກໍ່ຊະນະໄປເລີຍ.

ການປຽ່ນຕົວແລະປຽ່ນແຜນຂອງຄູເຝິກຊາວຢີ່ປຸ່ນສາມາດເວົ້າໄດ້ວ່າໄດ້ຮັບປະສິດທິພາບໂດຍລາວບໍ່ໄດ້ເສຍປະຕູ
ເພິ້ມເຖິງວ່າຮູບເກມແລະການຄອງບານເສຍປຽບຫລາຍ ລາວເສຍບານຢ່າງໄວວາໃນເຄິ່ງເດີນແລະການໂຍນຍາວຫລືຕໍ່ບານສັ້ນກໍຖືກຕັດໄປ.
ພະລະກຳລັງຂອງຜູ້ຫລີ້ນຂອງທີມລາວເລິ້ມອອ່ນເພຍ ຂາຮູ້ສືກໜັກແລະແລ່ນບໍ່ໄຫວ ເມື່ອຈັບບານໄດ້ຜູ້ຕໍ່ສູ້ຊູນໜອ້ຍນຶ່ງພັດຫລົ້ມ.ນີ້ມັນສະແດງເຖິງພະລະກຳລັງຂອງນັກກິລາລາວທີ່ແຕກຕ່າງ
ກັບນັກກິລາຊາດອື່ນແລະກໍໄດ້ກາຍເປັນປະເພນີໄປແລ້ວ.
ກອ່ນຈົບເກມບໍຮອດສິບນາທີ ປະມານນາທິ 86  ລົງໂທດfreekickໄລ່ຍະໄກກໍສ້າງຝັນໃຫ້ທິມຊາດລາວຝັນຕໍ່ໄປເມືອຂວັນຕາໃຊ້ຫົວແຕັດບານຈາກການຜ່ານຈາກລູກໂທດນອກເຂດ.
ເວລາທີ່ເຫລືອລວມທັງການຕໍ່ເວລາຂອງກຳມະການໄດ້ສ້າງຄວາມທໍລະມານໃຫ້ຜູ່ຫລິ້ນລາວແລະກອງເຊຍ ເພາະທີມລາວໃນຂະນະນັ້ນມີໂອກາດເສຍປະຕູທຸກເວລາເພາະທຸກຄົນຮູ້ສືກເມື່ອຍເພຍຫລາຍຈົນຜູ່ຮັກສາປະຕູ
ຂອງລາວສາທິດຕອ້ງຂໍເວລາພັກເມື່ອຍດ້ວຍການນອນລົງເຊິ່ງສາມາດຫັກເວລາໄປປະມານເກືອບນາທີແລະກໍເປັນໄປຕາມແຜນຂອງລາວ
ຍາດມາໄດ້ໜື່ງຄະແນນນັ້ນໄດ້ເປີດທາງໃຫ້ທິມລາວມີກຳລັງໃຈຫລາຍຂື້ນໃນນັດຕໍ່ໄປ.

ໂດຍ Laofootball blog

0 comments:

Laos National Team 2023

Laos National Team 2023
2023

Laos U19

Laos U19
2015

Laos vs Myanmar suzuki cup2012

Laos Premier League 2013>>Table

RED CARD

RED CARD
SOPHA WAS GIVEN A RED CARD, INDONESIA VS LAOS

Suzuki cup 2012

Suzuki cup 2012
Laos National Team 2012

Laos U16 (Red), vs Yemen

Laos U16 (Red), vs Yemen
Laos vs Yemen, AFC U16

AFF women's football championship 2012,

AFF women's football championship 2012,
Laos vs Thailand

Blogs+Previous articles

document translation

Hot topic