Pages

Jun 17, 2018

ຢ່າໂທດ ເມຊີ ລູກຈຸດໂທດ ສຳລັບການທີ່ອາເຈນຕີນາບໍ່ຊະນະ

Post here

ເມຊີ ມີຄວາມກົດດັນສົມຄວນໃນການຫລິ້ນໃຫ້ທີມຊາດ ເພາະວ່າທຸກຄົນແຟນບານ
ລ້ວນແຕ່ຄາດຫວັງກັບລາວຫລາຍ ເພາະວ່າລາວຖືວ່າເປັນນັກເຕະທີ່ເກັ່ງໝາຍເລກນຶ່ງຂອງໂລກ
ສຳລັບການຫລິ້ນກັບທີມຊາດໄອສແລນມື້ວານນີ້ ເມຊີ ມີໂອກາດຍິງແບບຫລາຍລູກ ແລະ ຈັບບານ ແລະ ສົ່ງໃຫ້ເພື່ອນຮ່ວມທີມໄດ້ຫລາຍເທື່ອ  ມີທັງສຳເລັດ ແລະ ຜິດພາດແຕ່ ໂຊກຮ້າຍ ກອງຫລັງຂອງ ໄອສແລນ ໜຽວແໜ້ນ. ເມຊີ ມີໂອກາດໃນການຍິງລູກຈຸດໂທດ ແຕ່ເສຍດາຍຖືກເຊບໂດຍຜູ້ຮັກສາປະຕູ ແລະເຮັດໃຫ້ເມຊີ ຕ້ອງຜິດຫວັງອີກຄັ້ງ ນີ້ບໍ່ແມ່ນຄັ້ງແຮກ
ທີ່ເມຊີ ນັກເຕະທີ່ເກັ່ງລະດັບໂລກພາດໂອກາດໃນການຍິງເຂົ້າປະຕູຈາກຈຸດໂທດ. ແຕ່ນີ້ບໍ່ແມ່ນຈຸດຊີ້ຂາດໃນການທີ່ຊະນະຜູ້ຕໍ່ສູ້ຂອງ ອາເຈນຕີນາ, ທີມຊາດ ອາເຈນຕີນາ ສາມາດເອົາຊະນະໄອສແລນ ໂດຍບໍ່ຕ້ອງອາໄສ ລູກໂທດ ຫລື ອາໄສເມຊີ ກໍໄດ້ ແຕ່ ສຳລັບເກມວານນີ້ ເຂົາບໍ່ມີໂອກາດຊະນະໄດ້ ຖືວ່າໂຊກບໍ່ເຂົ້າຂ້າງ.

No comments:

Post a Comment