Pages

Aug 27, 2013

ໂທລະພາບແຫ່ງຊາດລາວ ໄດ້ຮັບສິດຖ່າຍທອດແຂ່ງຂັນເຕະບານລະດັບໂລກ

ພິທີ​ລົງ​ນາມ​ສັນຍາ​ການ​ຮ່ວມ​ມື ຖ່າຍ​ທອດ​ສົດ​ການ​ແຂ່ງຂັນ​ເຕະບານ​ຢູ​ຟາ​ແຊັມ​ປຽນ​ລີກ (UEFA Champions Leagues) ແລະ ຢູ​ຟາ​ເອີ​ຣົບ​ປາ​ລີກ (UEFA Europa League) ປະຈຳ​ລະດູ​ການ​ປີ 2013-2014 ຜ່ານ​ສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ ແບບ​ບໍ່​ເສຍ​ຄ່າ​ລິ​ຂະ​ສິດ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 26 ສິງຫາ 2013 ນີ້ ລະຫວ່າງ​ທ່ານ ​ດຣ. ບຸນ​ຈອມ ວົງ​ເພັດ ຜູ້ອຳນວຍການ​ສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ ແລະ ທ່ານ ອັດຖະ​ພົນ ນະ​ບາງ​ຊ້າງ ຮອງ​ປະທານ​ເຈົ້າ​ໜ້າທີ່​ສາຍ​ລາຍການ​ບໍລິສັດ ທຣູ​ວິ​ເຊີນ​ແຫ່ງ​ປະເທດ​ໄທ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ ສະຫວັນ​ຄອນ ຣາ​ຊະ​ມຸນ​ຕຣີ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ຖະແຫຼງ​ຂ່າວ​ວັດທະນະທຳ ແລະ ທ່ອງ​ທ່ຽວ.
ການ​ຖ່າຍ​ທອດ​ດັ່ງກ່າວ ຈະ​ເລີ່ມ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 31 ສິງຫາ 2013 ເວລາ 01:00 ໂມງ ໂດຍ​ການ​ສົ່ງ​ສັນຍານ​ພາກ​ພື້ນ​ດິນ​ຂອງ​ບໍລິສັດ ອີ​ທີ​ແອວ​ມະຫາຊົນ (ETL) ຊຶ່ງ​ນອກຈາກ​ການ​ຖ່າຍ​ທອດ​ສົດ​ການ​ແຂ່ງຂັນ​ເຕະບານ​ແລ້ວ ຍັງ​ຈະ​ມີ​ການ​ອອກ​ອາກາດ ເທບ​ບັນທຶກ​ພາບ​ການ​ແຂ່ງຂັນ ສະຫຼຸບ​ການ​ແຂ່ງຂັນ​ປະຈຳ​ອາທິດ ພ້ອມ​ນີ້​ຍັງ​ມີ​ລາຍການ​ນາໆ​ສາລະ ກີລາ ບັນເທີງ​ຕ່າງປະເທດ ແລະ ຮູບເງົາ​ຕ່າງປະເທດ ພາຍ​ໃຕ້​ລິ​ຂະ​ສິດ​ຂອງ​ບໍລິສັດ ທຣູ​ວິ​ເຊີນ ແລະ ຍັງ​ມີ​ລາຍການ​ທີ່​ຜະລິດ​ໃໝ່ ໂດຍ​ບໍລິສັດ ທິບ​ໂປລ​ເອັສລາວ ຈຳກັດ (Triple-S) ເຊັ່ນ: ລາຍການ​ຈໍ​ແດນ​ຈຳປາ ກະເສດ​ໂລກ ສົ່ງເສີມ​ກະເສດ​ລາວ​ແລະ ອື່ນໆ.
ການ​ຮ່ວມ​ມື​ຂອງ​ທັງ​ສອງ​ພາກສ່ວນ​ນີ້ ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ໂດຍ​ສະມາຄົມ​ລາວ-ໄທ ໄທ-ລາວ ເພື່ອ​ມິດຕະພາບ ຊຶ່ງ​ນີ້​ແມ່ນ​ອີກ​ໜຶ່ງ​ຄວາມ​ສຳເລັດ ໃນ​ການ​ສົ່ງເສີມ​ສາຍສຳພັນ ແລະ ການ​ຮ່ວມ​ມື​ອັນ​ດີ ໃນ​ຂະແໜງການ​ສື່​ມວນ​ຊົນ​ຂອງ​ທັງ​ສອງ​ປະເທດ ໃຫ້​ນັບ​ມື້​ຂະຫຍາຍຕົວ​ເທົ່າ​ທຽມ​ກັບ​ບັນດາ​ປະເທດ​ໃນ​ພາກ​ພື້ນ ແລະ ສາກົນ.

No comments:

Post a Comment