Pages

Jun 18, 2012

ນັກສູ້ຂອງກັງຫັນລົມສີສົມກັບບ້ານກັບສູນແຕ້ມ


ທີມກັງຫັນລົມສີສົ້ມເນເທີແລນສ ຫລືວ່າຮອນແລນທີ່ຫລາຍຄົນຮູ້ຈັກກັນ
ຜົນການແຂ່ງຂັນຮອບສຸດທ້າຍຂອງສາຍບີມື້້ເຊົ້ານີ້ຕາມເວລາໃນລາວ ຜົນປະກົດວ່າສີສົ້ມຮອນແລນກໍ່ບໍສາມາດກອບກູ້ໜ້າໃຫ້ທີມຂອງຕົນໄດ້ ໂດຍຜ້າຍແພ້ເປັນຄັ້ງທີ່ສາມຂອງກີລາບານເຕະຢູໂຣປີນີ້, ກໍຄືນັດທຳອິດເສຍທ່າເສຍໃຫ້ແດນນົມເດັນມາກໄປ1ຕໍ່ສູນ ເຊິ່ງຫລາຍຄົນອາດບໍໄດ້ຄາດຄິດ. ນັດທີ່ສອງເຈີກັບອີນຊີເຫັກເຢຍລະມັນກໍ່ພາດທ່າເສຍໄປ1:2 ແລະນັດສຸດທ້າຍມື້ເຊົ້ານີ້ກໍເສຍອີກໃຫປໍຕຸເກດໄປ1:2 ເຊີ່ງໂຊຜົນງານທີ່ຂີ້ລ້າຍໃນຮອບຫລາຍປີຂອງບານເຕະສີສົ້ມ ,ເຊີ່ງຕ່າງກັບຜົນງານໃນຢູໂຣຄັບ 2008 ທີ່ມີຜົນງານດີສົມຄວນໂດຍຜ່ານເຂົ້າໄປໃນຮອບແປດທີມແລະຜາດທ່າເສຍໃຫ້ຣັດເຊຍໄປ.
 ໃນເທຶ່ອນີ້ ເຖິ່ງວ່າຮອນແລນຈະມີນັກແຕະທີມີປະສົບການດັ່ງ ຣູເບີນ, ວານເຜີໄຊ ,ສເນເທີແລະວານເດີ ວາກແລະຜູ້ອຶ່ນໆກໍ່ຕາມ ແຕ່ການຫລີ້ນແບບທີມເວີກແລະກອງຫລັງຍັງບໍມີປະສິດທີພາບ ກອງກາງຍັງຂາດການສົ່ງບານທີ່ແມ້ນຢາມ.

ຫລາຍຄົນອາດເຊື້ອວ່າການເສຍປຽບຄັ້ງນີ້ ອາດຈະມີການປຽ່ນຄູເຝິກຢ່າງແນ່ນອນ.

BY LAO FOOTBALL BLOG

No comments:

Post a Comment