Pages

Apr 24, 2012

ການ​ແຂ່ງ­ຂັນ​ເຕະ­ບານ​ລຸ້ນ​ຊາວ​ໜຸ່ມŒອາ­ວຸ­ໂສ ຊີງ​ຂັນ​ທ່ານ​ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ປະ­ຈຳ​ປີ 2012


ກຽມຈັດເຕະບານຊີງຂັນເຈົ້າເມືອງຈັນທະບູລີ ທ້າຍອາທິດນີ້

ການ​ແຂ່ງ­ຂັນ​ເຕະ­ບານ​ລຸ້ນ​ຊາວ​ໜຸ່ມŒອາ­ວຸ­ໂສ ຊີງ​ຂັນ​ທ່ານ​ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ປະ­ຈຳ​ປີ 2012 ກຽມ​ເປີດ​ສາກ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 27 ເມ­ສາ 2012 ນີ້ ທີ່​ເດີ່ນ​ເຕະ­ບານ ມ.ສ ຮ່ອງ​ຄ້າ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ຕ້ານ ແລະ ສະ­ກັດ​ກັ້ນ​ປະ­ກົດ​ການ​ຫຍໍ້­ທໍ້​ຂອງ​ເມືອງ.
ທ່ານ ຈັນ­ທະ​ຄານ ລັດ­ຕະ­ນາ ຫົວ­ໜ້າ​ຫ້ອງ­ການ​ກີ­ລາ​ເມືອງ​ຈັນ­ທະ​ບູ​ລີ ໃຫ້​ສຳ­ພາດ​ກັບ​ທີມ​ຂ່າວ​ພວກ​ເຮົາ ວັນ​ທີ 20 ເມ­ສາ 2012 ຜ່ານ​ມາ​ວ່າ: ການ​ແຂ່ງ­ຂັນ​ເຕະ­ບານ​ຊີງ​ຂັນ​ເຈົ້າ­ເມືອງ​ປີ​ນີ້ ຈະ​ມີ​ທີມ​ຊາວ​ໜຸ່ມ 10 ທີມ ແລະ ທີມ​ອາ­ວຸ­ໂສ​ຈຳ­ນວນ 10 ທີມ​ເຂົ້າ​ຮ່ວມ ເຊິ່ງ​ແມ່ນ​ນັກ­ກີ­ລາ​ມາ​ຈາກ​ພາຍ​ໃນ​ເມືອງ ເຊັ່ນ: ບ້ານ ກຸ່ມ​ບ້ານ ບໍ­ລິ­ສັດ ຫ້າງ​ຮ້ານ ແລະ ອື່ນໆ ເຊິ່ງ​ຈຸດ­ປະ­ສົງ​ຫຼັກ​ໃນ​ການ​ຈັດ​ກິດ­ຈະ­ກຳ​ກີ­ລາ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ ຫັນ​ເອົາ​ພະ­ນັກ­ງານ​ລົງ​ກໍ່­ສ້າງ​ຮາກ​ຖານ ອີກ​ທັງ​ເປັນ​ການ​ສ້າງ​ຂະ​ບວນ​ການ​ເພື່ອ​ຕ້ານ ແລະ ສະ­ກັດ​ກັ້ນ​ປະ­ກົດ​ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ກໍ​ຄື​ໃນ​ທົ່ວ​ເມືອງ​ຈັນ­ທະ​ບູ​ລີ.
ສຳ­ລັບ​ການ​ແຂ່ງ­ຂັນ​ຄັ້ງ​ນີ້ ທາງ​ຄະ­ນະ​ຮັບ­ຜິດ­ຊອບ​ຈັດ­ການ​ແຂ່ງ­ຂັນ ໄດ້​ກຳ­ນົດ​ແຂ່ງ​ສະ­ເພາະ​ວັນ​ເສົາŒອາ­ທິດ (ຕອນ​ເຊົ້າŒແລງ) ເຊິ່ງ​ຈະ​ດຳ­ເນີນ​ໄປ​ຈົນ​ເຖິງ​ຕົ້ນ​ເດືອນ​ກໍ­ລະ­ກົດ​ຈຶ່ງ​ຈະ​ສຳ­ເລັດ ສ່ວນ​ທີມ​ທີ່​ເຂົ້າ​ຮ່ວມ​ສຳ­ລັບ​ຊາວ​ໜຸ່ມ​ມີ 10 ທີມ ປະ­ກອບ​ມີ: ກຸ່ມ 2 ທົ່ງ​ຕູມ ສຶກ​ສາ​ເມືອງ ປ.ກ.ສ ເມືອງ ກຸ່ມ 2 ຮ່ອງ​ຄ້າ ກຸ່ມ 3 ສີ​ສະ­ຫວາດ ກຸ່ມ 4 ໂພນ​ຕ້ອງ ກຸ່ມ 5 ໜອງ​ທາ ກຸ່ມ 1 ວັດ​ຈັນ ຮ້ານ​ໂຕະ​ໂກ​ເຄື່ອງ​ເຢັນ ແລະ ທີມ​ຍອດ​ດອຍ ສ່ວນ​ລຸ້ນ​ອາ­ວຸ­ໂສ​ມີ 10 ທີມ ປະ­ກອບ​ມີ: ປ.ກ.ສ ເມືອງ ກຸ່ມ 1 ວັດ​ຈັນ ການ​ເງິນ​ເມືອງ ກຸ່ມ 4 ໂພນ​ຕ້ອງ ກຸ່ມ 2 ບ້ານ​ທົ່ງ​ຂັນ​ຄຳ ສຶກ​ສາ​ເມືອງ ກຸ່ມ 5 ໜອງ​ທາ ຫ້ອງ​ວ່າ​ການ­ເມືອງ ນັກ​ສຶກ​ສາ​ກົດ­ໝາຍ​ເມືອງ ແລະ ຮ້ານ​ດີ​ຊາຍ​ປະ­ດັບ​ຍົນ

source:vientianemai

No comments:

Post a Comment