Pages

Mar 1, 2012

U16 will overcome on AFC Championship 2012

  U-16ລາວ​ເຮົາ ເຖິງ​ຈະ​ຜ່ານ​ເຂົ້າ​ຮອບ​ໄປ​ແລ້ວ​ຢ່າງ​ຫວຸດ​ຫວິດ ໃນ​ການ​ແຂ່ງ­ຂັນ​ບານ­ເຕະ​ຊີງ​ແຊັມ​ອາ­ຊີ​ຮອບ​ຄັດ​ເລືອກ ແຕ່​ຕ້ອງ​ພົບ​ກັບ​ງານ​ໜັກ​ຢ່າງ​ແນ່­ນອນ ໃນ​ຮອບ 16ທີມ​ສຸດ​ທ້າຍ ທີ່​ຈະ​ເປີດ​ສະ­ໜາມ​ຊີງ​ແຊັມ​ກັນ​ທີ່​ປະ­ເທດ​ອີ​ຣານ ໃນ​ທ້າຍ​ປີ 2012ນີ້ (ອີງ​ຕາມ​ຂໍ້​ມູນ​ຈາກ​ເວັບ​ໄຊ້ Wikipedia.org). ສະ­ເພາະ​ທີມ​ທີ່​ໄດ້​ຜ່ານ​ເຂົ້າ​ຮອບ 16 ທີມ​ສຸດ​ທ້າຍ​ປະ­ກອບ​ມີ ອົດ​ສະ​ຕຣາ​ລີ ສປ.ຈີນ ອິນ​ເດຍ ອີ​ຣັກ ຍີ່­ປຸ່ນ ກູ​ເວດ ສປປ ເກົາ­ຫຼີ ໂອ​ມານ ຊາ​ອຸ​ດິ ອາ​ຣາ​ເບຍ ສ.ເກົາ­ຫຼີ ຊີ​ເຣຍ ໄທ ອຸ​ສະ​ເບ​ກິດ​ສະ­ຖານ ເຢ​ແມນ ສປປ ລາວ ແລະ ອີ​ຣານ ເຈົ້າ­ພາບ ຊຶ່ງ​ລ້ວນ​ແລ້ວ­ແຕ່​ເປັນ​ທີມ​ທີ່​ແຂງ​ແກ່ນ​ໃນ​ເຂດ​ອາ­ຊີ ສ່ວນ​ທິມ​ຊາດ​ລາວ​ເຮົາ​ນັ້ນ ຮັບ­ຮອງ​ວ່າ​ຕ້ອງ​ອອກ­ແຮງ​ງານ​ໜັກ​ຢ່າງ​ແນ່­ນອນ ກ່ວ​າ​ຈະ​ຜ່ານ​ໄປ​ໄດ້​ອີກ​ຂັ້ນ​ໜຶ່ງ ສະ­ນັ້ນ ຂໍ​ໃຫ້​ກອງ​ເຊຍ​ບານ­ເຕະ​ທຸກ​ທ່ານ ກຽມ​ຈິດ​ກຽມ​ໃຈ​ໄວ້​ໃຫ້​ກຳ­ລັງ​ໃຈ​ທີມ​ຊາດ​ລາວ (U-16) ຕື່ມ​ອີກ. ສ່ວນ​ອັນ​ດັບ​ແຊັມ​ຜ່ານ​ມາ​ມີ ສ.ເກົາ­ຫຼີ ເປັນ​ແຊັມ 2 ສະ­ໄໝ ປີ 1986-2002ສປ.ຈີນ ເປັນ​ແຊັມ 2ສະ­ໄໝ ປີ 1992-2004ຊາ​ອຸ​ດິ ອາ​ຣາ​ເບຍ ເປັນ​ແຊັມ 2ສະ­ໄໝ ປີ 1985-1988ຍີ່­ປຸ່ນ ເປັນ​ແຊັມ 2ສະ­ໄໝ ປີ 1994-2006ໂອ​ມານ​ເປັນ ແຊັມ 2ສະ­ໄໝ ປີ 1996-2000ກາ​ຕ້າ ເປັນ​ແຊັມ 1ສະ­ໄໝ ປີ 1990ສປປ ເກົາ­ຫຼີ ເປັນ​ແຊັມ 1ສະ­ໄໝ ປີ 2010ໄທ ເປັນ​ແຊັມ 1ສະ­ໄໝ ປີ 1998ແລະ ອີ​ຣານ ເປັນ​ແຊັມ 1ສະ­ໄໝ ໃນ​ປີ 2008.

No comments:

Post a Comment