Pages

Nov 21, 2011

ຝັນຂອງອີນໂດທີ່ຈະເອົາຫລຽນຄຳມາຄອງໄກ້ຈະເປັນຈິງບໍ?


ມື້ນີ້ການແຂ່ງຂັນບານເຕະຮອບຊິງຊະນະເລີດລະວາງອິນໂດເນເຊຍແລະມາເລເຊຈະເປີດສາກຂື້ນໃນເວລາສິບເກົ້າໂມງເຄິ່ງຕາມເວລາທ້ອງຖິ່ນ. ເຊິ່ງຄາດຄະເນວ່າຈະມີຜູ້ຊົມເຈົ້າພາບເຂົ້າຊົມຢ່າງຫລວງຫລາຍ .ຄວາມໄດ້ປຽບຂອງອິນໂດເຊິ່ງເຕະຢູ່ໃນບ້ານຂອງຕົນນັ້ນຈະນຳໄຊຊະນະມາຊູ່ທີມຫລືບໍ? ເກມນີ້ພວກແຟນໆຕ້ອງອົດໃຈເບິ່ງໃນຊົວໂມງທາງໝ້າ.

ຜົນງານຂອງມາເລເຊຍຊຸດນີ້ກໍ່ໄດ້ຢັ້ງຢືນແລ້ວວ່າ ຜູ້ຫລີ້ນແລະເກມການຫລີ້ນແມ່ນສະໝຳສະ
ເໝີແລະຜົນງານດີມາຕະຫລອດໃນນັດທຳອິດ ເຊີ່ງໃນຮອບທຳອິດໃນສາຍກໍ່ເອົາຊະນະອິນໂດມາແລ້ວແລະກໍ່ເອົາຊະນະທີມແຂງຢ່າງພະມ້າໃນຮອບສີ່ທິມມາອີກດ້ວຍ .ມາເລເຊຍໃນຖານເເຊມເກົ່າ ຊີເກມສອງປີກອ່ນຢູ່ລາວແລະຊີເກມສຄັ້ງນີ້ຈະປອ້ງກັນແຊມໄດ້ຫລືບໍ ພວກເຮົາກໍລໍເບີ່ງນຳກັນເນາະ .

ສຳລັບປະຫວັດຂອງທີມອີນໂດກໍເປັນທີມທີ່ຫິວຫລຽນຄຳຊີເກມມາດົນແລ້ວ,ເຊີ່ງຄອງເເຊມຊີເກມສຄັ້ງສຸດທ້າຍແມ່ນໃນປີ1991 ແລະຫລັງຈາກນັ້ນກໍ່ບໍ່ໄດ້ສຳພັດກັບຫລຽນຄຳເລີຍ.
ມາໃນປີ97 ເຊີ່ງທີມຂອງຕົນເຂົ້າຮອບຊີງຊະນະເລີດແລະເສຍຫລຽນຄຳໃນທີມໄທໃນລູກຈຸດໂທດຕັດສີນ.

No comments:

Post a Comment