sabaidee. Powered by Blogger.

Jul 6, 2012

ເລັ່ງສ້າງ​ນັກ​ເຕະບານ​ຮຸ່ນ​ນ້ອຍ ​ໃຫ້​ກາຍ​ເປັນ​ຜູ້​ສືບ​ທອດ


ເລັ່ງສ້າງ​ນັກ​ເຕະບານ​ຮຸ່ນ​ນ້ອຍ ​ໃຫ້​ກາຍ​ເປັນ​ຜູ້​ສືບ​ທອດ
(ຂປລ): ເພື່ອ​ເປັນ​ການ​ສ້າງ​ນັກ​ກິລາ​​ເຕະບານ​ຮຸ່ນ​ສືບ​ທອດ ຂອງສະຫະພັນ​ບານ​ເຕະ​ແຫ່ງ​ຊາດ (ສຕລ) ຈຶ່ງ​ມີ​ແຜນ​ເລັ່ງສ້າງ​ນັກ​ເຕະບານ​ຮຸ່ນ​ນ້ອຍ ດ້ວຍ​ການ​ຈັດການ​ແຂ່ງຂັນ​ ຢ່າງ​ຕໍ່​ເນື່ອງ​ ໃນໂຮງ​ຮຽນ ​ເພື່ອ​ໃຫ້​ກາຍ​ເປັນ​ນັກ​ເຕະບານ​ສືບ​ທອດ​ຜູ້​ທີ່​ເຂັ້ມ​ແຂງ​ໃນຕໍ່ຫນ້າ
ທ່ານ ດຣ. ໄຊ​ບັນ ຣາຊະ​ພົນ, ​ເລຂາທິການ ສະຫະພັນບານ​ເຕະ​ແຫ່ງຊາດ ​ໃຫ້​ສຳພາດ​ວ່າ:​ ຍາມ​ໃດ ສຕລ ກໍ​ມີ​ຈຸດປະສົງ​ພັດທະນາ​ວົງ​ການ​ບານ​ເຕະ​ລາວ ​ໃຫ້​ເທົ່າ​ທຽມ​ກັບ​ລະດັບ ​ພາກ ພື້ນ ແລະ ສາກົນ, ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ເນັ້ນ​ໃສ່​ການ​ສ້າງ​ແຕ່​ນັກ​ເຕະ​ຮຸ່ນ​ໃຫຍ່ ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເລີຍ. ແຕ່​​ຜ່ານ​ການ​​ແລກປ່ງນບົດຮຽນກັບ​ຫລາຍໆ​ປະ​ເທດ ​ແລະ ​ໄດ້​ຮັບ​ທຶນ​ ຈາກ FIFA ແລະ AFC ເພື່ອ​ພັດທະນາ​ນັກ​ເຕະບານ​ລະດັບ ​ໂຮງຮຽນ​ປະຖົມ ​ແລະ ມັດ​ທະ​ຍົມ (U-12, U- 14 ແລະ U-16), ດັ່ງນັ້ນ ໃນຕໍ່ຫນ້າ ສະຫະພັນບານ​ເຕະ​ແຫ່ງ​ຊາດ ຈຶ່ງ​ຈະ​ຈັດການ​ແຂ່ງຂັນ​ລະດັບ​ນີ້ຂຶ້ນ ຢູ່ທີ່ນະຄອນຫລວງ​ວຽງ​ຈັນ​ກ່ອນ. ເຊິ່ງຈະ​ມອບ​ໃຫ້​ແຕ່ລະ​ໂຮງຮຽນ ສ້າງ​ນັກ​ເຕະ​ຂອງ​ຕົນ​ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ດັ່ງກ່າວ. ຖ້າ​ຫາກ​ເຮົາ​ບໍ່​ເລີ່​ມ ສ້າງ​ນັກ​ເຕະບານ​ຮຸ່ນ​ນີ້ຂຶ້ນມາ ມັນ​ຈະ​ບໍ່​ເປັນ​ການ​ດີ​ຕໍ່​ການ​ພັດທະນາ​ກິລາ​ບານ​ເຕະ​ໃນ​ສະ​ເພາະ​ຫນ້າ, ​ເພາະວ່າ ນັກ​ກິລາ​ທີ​ມຊາດ​ຮຸ່ນ​ໃຫຍ່ ພໍ​ອາຍຸ​ເກີນ​ກໍ​ຕ້ອງ​ຢຸດ​ການ​ຫລິ້ນ​ໄປ​ໃນ​ຕົວ. ດ້ວຍ​ເຫດ​ນີ້ ມັນ​ຈຶ່ງ​ຈຳ​ເປັນ​ທີ່ ສຕລ ຕ້ອງ​ໄດ້​ພັດທະນາ​​ເດັກນ້ອຍ​ໃຫ້​ກາຍ​ມາ​ເປັນ​ຕົວ​ແທນ​ໃຫ້​ແກ່​ນັກ​ກິລາ​ທີ​ມຊາດ​ໃນ​ປະຈຸ​ບັນ, ພ້ອມ​ນີ້ ສຕລ ຍັງ​ຈະ​ໃຫ້ການ​ສະຫນັບສະຫນູນ​​ ໃຫ້ຈັດການ​ແຂ່ງຂັນ ຕະຫລອດ​ຮອດ​ສະຫນອງ​ກຳມະກາ​ນຕັດສິນ ແລະ ​ເງິນ​ລາງວັນ​ຕ່າງໆ ໃຫ້​ແກ່​ນັກ​ກິລາ, ຄຽງ​ຄູ່​ກັບ​ການ​ເປີດ​ໂອກາດ​ໃຫ້ ບັນດາສ​ະ​ໂມ​ສອນ​ກິລາບານ​ເຕະ​ຂອງ​ລາວ ​ໄດ້​ມີ​ໂອກາດ​ຄັດ​ເລືອກ​ເອົາ​ນັກ​ກິລາ​ທີ່​ເກັ່ງ​ເຂົ້າ​ໄປ​ສັງກັດ​ໃນ​ສະ​ໂມ​ສອນ​ຂອງ​ຕົນ​. ເນື່ອງ​ຈາກ​ຫລາຍ​ສະ​ໂມ​ສອນ ຍັງ​ຂາດ​ໂອກາດ​ໃນ​ການ​ຊອກ​ຄົ້ນ​ນັກ​ກິລາ​ຢູ່​ແຕ່ລະ​ເມືອງ ກໍ​ຄື​ແຕ່​ລະ​ບ້ານ ເພາະບໍ່​ມີ​ງົບປະມານ, ດັ່ງນັ້ນ ໂອກາດ​ນີ້ ຈຶ່ງ​ເປັນ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ທຸກ​ຝ່າຍ ບໍ່​ວ່າ​ຈະ​ເປັນ​ສະ​ໂມ​ສອນ ຄັດ​ເລືອກ​ໄດ້​ນັກ​ກິລາ​ ຕະຫລອດ​ຮອດ​ ສຕລ ກໍ​ມີ​ນັກ​ກິລາ​ທີ​ມຊາດ​ໄວ​ຫນຸ່ມ ​ເຂົ້າ​ມາ​ຮັບ​ໃຊ້​ຊາດ.
ທ່ານ ດຣ. ໄຊ​ບັນ ຣາຊະ​ພົນ ກ່າວ​ຕື່ມ​ອີກ​ວ່າ: ປະຈຸ​ບັນ ສະ​ໂມ​ສອນບານ​ເຕະ ທີ່​ສາມາດ​ສ້າງ​ໄດ້​ນັກ​ກິລາ​ທຸກ​ຮຸ່ນ ແມ່ນ ສະ​ໂມ​ສອນ ​ເອສຣາ ​​ເຊິ່ງ​ເປັນ​ສະ​ໂມ​ສອນ​ທີ່​ໂດດ​ເດັ່ນ​ຢູ່​ໃນ​ລາວ ​ເພາະ​ນັກ​ກິລາ​ທີ​ມຊາດ​ທຸກ​ຮຸ່ນ ແມ່ນ​ມີ​ນັກ​ກິລາ​ຂອງ ສະ​ໂມ​ສອນ ເອສຣາ ຮ່ວມ​ຢູ່​ນຳ, ພ້ອມ​ນີ້ ຍັງ​ສາມາດ​ສົ່ງ​ນັກ​ເຕະບານ​ໄປ​ຫລິ້ນ​ໃຫ້​ກັບ​ສະ​ໂມ​ສອນ​ຂອງ​ໄທ​ອີກ​ດ້ວຍ. ນອກຈາກ​ນີ້ ສະ​ໂມ​ສອນ​ບານ​ເຕະ ປກສ ​ໄດ້​ເລີ່​ມສ້າງ​ນັກ​ກິລາ​ຮຸ່ນ​ສືບ​ທອດ​ແລ້ວ​ເຊັ່ນ​ກັນ, ດັ່ງນັ້ນ ສຕລ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ທຸກ​ສະ​ໂມ​ສອນ​ໃນ​ນະຄອນຫລວງ​ວຽງ​ຈັນ​ເອງ ກໍ​ຄື ຕ່າງ​ແຂວງ ຈົ່ງ​ໃຫ້​ຄວາມ​ສຳຄັນ​ໃນ​ການ​ສ້າງ​ນັກ​ເຕະບານ​ຮຸ່ນ​ສືບ​ທອດ​ຂອງ​ຕົນ​ເອງ​ຂຶ້ນມາ ​ເຊິ່ງນອກຈາກ​ຈະ​ມີ​ນັກ​ກິລາ​ທີ່​ເກັ່ງ​​ໃນ​ສະ​ໂມ​ສອນແລ້ວ, ຍັງ​ສາມາດ​ຂາຍ​ນັກ​ເຕະບານ​ໃຫ້​ສະ​ໂມ​ສອນ​ອື່ນ ກໍ​ຄື​ຂາຍ​ໃຫ້​ກັບ​ສະ​ໂມ​ສອນ​ປະ​ເທດເພື່ອນ​ບ້ານ​ອີກດ້ວຍ.

Forlan signs three-year deal with Internacional


Diego Forlan - Internacional

Brazilian side Internacional have confirmed via their official website that they have signedDiego Forlan from Inter.

The 33-year-old Uruguayan has signed a three-year deal with the Brazilian club after theNerazzurri agreed to terminate his contract.
www.goal.com

Laos National Team 2023

Laos National Team 2023
2023

Laos U19

Laos U19
2015

Laos vs Myanmar suzuki cup2012

Laos Premier League 2013>>Table

RED CARD

RED CARD
SOPHA WAS GIVEN A RED CARD, INDONESIA VS LAOS

Suzuki cup 2012

Suzuki cup 2012
Laos National Team 2012

Laos U16 (Red), vs Yemen

Laos U16 (Red), vs Yemen
Laos vs Yemen, AFC U16

AFF women's football championship 2012,

AFF women's football championship 2012,
Laos vs Thailand

Blogs+Previous articles

document translation

Hot topic