sabaidee. Powered by Blogger.

Apr 4, 2012

ການແຂ່ງຂັນກີລາເຕະບານລຸ້ນຊາວຫນຸ່ມ-ອາວຸໂສຊີງຂັນທ່ານລັດຖະມົນຕີວ່າການກະຊວງການເງິນຄັ້ງທີ1 ປະຈຳປີ2012


ການແຂ່ງຂັນກີລາເຕະບານລຸ້ນຊາວຫນຸ່ມ-ອາວຸໂສຊີງຂັນທ່ານລັດຖະມົນຕີວ່າການກະຊວງການເງິນຄັ້ງທີ1 ປະຈຳປີ2012 ເພື່ອເປັນການສ້າງຂະບວນການຂ່ຳນັບຮັບ ຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 57 ປີ, ເຊິ່ງປະກອບໄປດ້ວຍ 12 ທີມເຂົ້າຮ່ວມ.

  ການແຂ່ງຂັນມີທັງຫມົດ 12  ທີມ, ໃນນັ້ນມີລຸ້ນອາວຸໂສ6 ທີມແຕ່ລະທີມແບ່ງອອກເປັນສອງກຸ່ມຂະນະທີ່ແຕ່ລະກຸ່ມນັ້ນແຂ່ງຂັນກັນຄົບຫມົດແລ້ວຈະຄັດເອົາແຕ່ທີ1 ແລະ 2 ຜ່ານເຂົ້າຮອບ ຊີງຂັນສ່ວນການແຂ່ງຂັນຈະດຳເນີນໄປຈົນຮອດວັນທີ6 ເມສາ2012 ຈິ່ງຈະສຳເລັດເຊິ່ງຈະເລີ່ມແຂ່ງຂັນນັບແຕ່ເວລາ14:00 ໂມງເປັນຕົ້ນໄປ; ທີມນັກກີລາເຂົ້າຮ່ວມແຂ່ງຂັນທັງຫມົດໄດ້ແກ່: ທີມຫ້ອງວ່າການສູນກາງພັກ, ທະນາຄານແຫ່ງສປປລາວ, ກະຊວງອຸດສະຫາກຳແລະການຄ້າ,  ພະແນກການເງິນນະຄອນຫລວງ, ສາງສິນຄ້າຜ່ານດ່ານທ່ານາແລ້ງ, ຫວຍພັດທະນາ, ບໍລິ ສັດປະກັນໄພແລະກະຊວງການເງິນເຈົ້າພາບ.

 ທີມຊະນະເລີດຈະໄດ້ຮັບເງິນລາງວັນ3 ລ້ານກີບພ້ອມຂັນແຊ໋ມ, ຮອງຊະນະເລີດຈະໄດ້ຮັບຂັນພ້ອມເງິນສົດ 2 ລ້ານກີບ, ອັນດັບ 3 ຈະໄດ້ຮັບຂັນແລະເງິນສົດ 1 ລ້ານກີບສ່ວນທີ 4 ຈະໄດ້ລາງວັນຊົມເຊີຍເປັນເງິນສົດ 5 ແສນກີບ.

  ພິທີເປີດການແຂ່ງຂັນດັ່ງກ່າວຈັດຂຶ້ນທີ່ສະຫນາມກີລາເຈົ້າອານຸວົງນະຄອນຫລວງວຽງຈັນໃນວັນທີ 2 ເມສາ2 012 ຜ່ານມາໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູເພັດຄຳ ພູນວົງ ລັດຖະມົນຕີວ່າການກະຊວງການເງິນ, ທ່ານນາງວຽງທອງສີພັນດອນລັດຖະມົນຕີຊ່ວຍວ່າການກະຊວງການເງິນ  ພ້ອມດ້ວຍຫົວຫນ້າກົມ, ຮອງກົມ, ພະນັກງານວິຊາການ ແລະ ທັບ ນັກກີລາເຂົ້າຮ່ວມ.

socio-Economic website

Laos National Team 2023

Laos National Team 2023
2023

Laos U19

Laos U19
2015

Laos vs Myanmar suzuki cup2012

Laos Premier League 2013>>Table

RED CARD

RED CARD
SOPHA WAS GIVEN A RED CARD, INDONESIA VS LAOS

Suzuki cup 2012

Suzuki cup 2012
Laos National Team 2012

Laos U16 (Red), vs Yemen

Laos U16 (Red), vs Yemen
Laos vs Yemen, AFC U16

AFF women's football championship 2012,

AFF women's football championship 2012,
Laos vs Thailand

Blogs+Previous articles

document translation

Hot topic