sabaidee. Powered by Blogger.

Jan 10, 2012

ໃສ່​ໂທດ​ທາງວິ­ໄນ​ທີມ​ບານ­ເຕະ​ຫລວງ​ພະ​ບາງຫມົດ​ທັງ​ທີມ, ຫນັກ​ກວ່າ​ຄົນ​ອື່ນ ມີ 5 ນັກ​ເຕະ​ທີ່​ຖືກ​ຫ້າມ​ແຂ່ງ­ຂັນລາຍ­ການ​ທີ່​ເປັນ​ທາງ​ການ​ຍາວ 5 ປີ,


 ສຕລ ຫ້າມ 5 ນັກເຕະຫລວງພະບາງຍາວ 5 ປີ ຖານໄລ່ຕີກໍາມະການ
ຂ່າວ: ສຸ­ລິນ
   ສະ­ຫະ­ພັນ​ບານ­ເຕະ​ແຫ່ງຊາດ​ລາວ (ສຕລ) ໃສ່​ໂທດ​ທາງວິ­ໄນ​ທີມ​ບານ­ເຕະ​ຫລວງ​ພະ​ບາງຫມົດ​ທັງ​ທີມ, ຫນັກ​ກວ່າ​ຄົນ​ອື່ນ ມີ 5 ນັກ​ເຕະ​ທີ່​ຖືກ​ຫ້າມ​ແຂ່ງ­ຂັນລາຍ­ການ​ທີ່​ເປັນ​ທາງ​ການ​ຍາວ 5 ປີ, ຮອງ​ມາ​ມີ 3 ປີ​ຈຳ­ນວນ 4 ຄົນ, ຄູ​ຝຶກ 1 ປີ, ສ່ວນ​ນັກ​ເຕະ ຄົນ​ສຳ­ຮອງ ແລະ ສະ­ຫະ­ພັນບານ­ເຕະຫລວງ​ພະ​ບາງ​ຖືກ​ສຳ​ຫລວດຖານ​ເອົາ​ນັກ​ເຕະ​ພາກ­ສ່ວນ​ອື່ນມາ​ຮັບ​ໃຊ້.
   ຈາກ​ເຫດ­ການ​ດ້ານ​ລົບ​ຕໍ່​ວົງການ​ບານ­ເຕະ​ລາວ​ໃນ​ນັດ​ຊີງ​ຊະນະ​ເລີດ​ຢູ່​ງານ​ມະ​ຫະ​ກຳ​ກີ­ລາແຫ່ງ​ຊາດ ເມື່ອ​ວັນ​ທີ 20 ທັນ­ວາ 2011 ຜ່ານ​ມາ​ທີ່​ຫລວງ​ພະ​ບາງເປັນ​ເຈົ້າ­ພາບ, ລະ­ຫວ່າງ​ທີມ ນະ­ຄອນ­ຫລວງ ພົບ​ກັບ ທີມ​ເຈົ້າ ພາບ​ຫລວງ​ພະ​ບາງ ເຊິ່ງ​ເຄິ່ງເວ­ລາ​ທຳ​ອິດ​ຍັງ​ສະ­ເຫມີ​ກັນ​ຢູ່ 0Œ-0 ປະ­ຕູ ເກມ​ດຳ­ເນີນ​ໄປ​ທ້າຍໄລ­ຍະ​ແຂ່ງ­ຂັນ​ຂອງ​ການ​ທົດແທນ​ເວ­ລາ​ສູນ​ເສຍຈຸດ​ເກີດ​ເຫດ ເມື່ອ​ນັກ​ເຕະ​ຂອງ​ນະ­ຄອນ­ຫລວງເຂົ້າ​ສະ­ກັດ​ບານ​ຮວດ​ເອົາ​ນັກເຕະ​ຫລວງ​ພະ​ບາງ​ໃນ​ຫນ້າ​ເຂດໂທດ​ຂອງ​ຕົນ​ເອງ​ບານ​ເບິ່ງ 50% ແຕ່​ກຳ­ມະ­ການ​ເປົ່າ​ຫມາກຫວີດ​ຢ່າງ​ກະ­ທັນ­ຫັນ​ຊີ້​ເປັນ​ລູກເຕະ​ແຈ.
   ເຫດ​ນີ້​ຈິ່ງ​ສ້າງ​ຄວາມ​ບໍ່​ພໍ­ໃຈ ແກ່​ກອງ​ເຊຍ ແລະ ນັກ​ເຕະ​ຂອງ ເຈົ້າ­ພາບ​ເຮັດ​ໃຫ້​ນັກ​ເຕະ​ເຈົ້າພາບ​ຫລວງ​ພະ​ບາງ​ເບື້ອງ​ຕົ້ນປະ­ມານ 3Œ4 ຄົນ​ເຂົ້າ​ມາ​ປະທ້ວງ​ກ່ອນ​ຈະ​ໃຊ້​ອາ­ລົມ​ໃສ່​ກຳ ມະ​ການ​ຈົນ​ກຳ­ມະ­ການ​ເຫັນ​ທ່າ ບໍ່​ດີ​ຕ້ອງ​ແລ່ນ​ອອກ​ຮອດ​ຂອບ ຂອງ​ສະ­ຫນາມ. ກ່ອນ​ຈະ​ມີ​ທັງ ນັກ​ເຕະ​ຕົວ​ຈິງ ແລະ ສຳ­ຮອງ​ອີກ ຫລາຍ​ຄົນ​ຂອງ​ເຈົ້າ­ພາບ​ແລ່ນ ເຂົ້າ​ໃສ່​ກຳ­ມະ­ການ​ຈົນ​ສ້າງຄວາມ​ເສື່ອມ​ເສຍ​ບານ​ປາຍ​ແກ່ວົງ​ການ​ກີ­ລາ​ລາວ.
   ທ່ານ ດຣ. ໄຊ​ບັນ­ດິດ ຣາ​ຊະພົນ ເລ­ຂາ­ທິ­ການ​ສະ­ຫະ­ພັນ​ບານເຕະ​ແຫ່ງ​ຊາດ​ອອກ​ມາ​ຖະ­ແຫລງ ເມື່ອ​ວັນ​ທີ 6 ມັງ­ກອນ​ຜ່ານ​ມາວ່າ: ເຫດ­ການ​ນັກ​ເຕະ​ຫລວງ​ພະ​ບາງ​ໄລ່​ຕີ​ກຳ­ມະ­ການ​ໃນ​ນັດ​ຊີງຊະ­ນະ​ເລີດ​ຂອງ​ການ​ແຂ່ງ­ຂັນບານ­ເຕະ ໂດຍ​ຜູ້​ທີ່​ໄດ້​ຮັບ​ໂທດຫນັກ​ບໍ່​ໃຫ້​ແຂ່ງ­ຂັນ​ລາຍ­ການ​ສຳຄັນ​ຂອງ​ທາງ​ການ​ຈັດ​ລວມ​ທັງຕັດ​ສິດ​ອອກ​ຈາກ​ການ​ຫລິ້ນ​ໃຫ້ທີມ​ຊາດ​ມີ​ທັງ​ຫມົດ 9 ຄົນເປັນນັກ​ເຕະ 8 ແລະ ຜູ້​ຊ່ວຍ​ຄູ​ຝຶກ 1 ຄົນ.
   ໂທດ​ຫ້າມ​ແຂ່ງ­ຂັນ 5 ປີ​ມີ: ທ້າວ ມຸກ­ດາ ສຸກ​ສະ­ຫວັນ ເບີ (15), ສູນ​ທະ­ໄລ ໄຊ​ສົງ­ຄາມ (7), ສິດ​ມັງ­ກອນ ອາ​ນຸ​ພົງ­ສາ­ລີ ເບີ(18), ວັນ­ນະ​ສິດ ທິ​ລາດ​ວົງສາ ເບີ (1) ແລະ ທ້າວ ສຸ​ບັນ­ດິດ ຜູ້​ຊ່ວຍ​ຄູ​ຝຶກ.
   ຫ້າມ​ແຂ່ງ­ຂັນ 3 ປີ ມີ​ທ້າວ ໄຊ​ຍະ​ເວດ ພູມ​ສະ­ຫວັນ (5), ຄຳ​ປະ­ສົງ ຊາ​ພັກ­ດີ (19), ໄກ­ສອນ ສຸ​ຂະ​ວົງ (13) ແລະ ເພັດ​ຕິ​ກອນ ປັນ­ຍາ​ສິດ. ນອກ​ນີ້ ຍັງ​ບໍ່​ພໍ​ທ່ານ ເວີນ​ສະ­ຫວັນ ສີ​ວິ​ໄຊຖືກ​ຫ້າມ​ເຄື່ອນ​ໄຫວ​ເປັນ​ເວ­ລາ 1 ປີ ຖານ​ຄວບ​ຄຸມ​ລູກ​ທີມ​ບໍ່​ໄດ້. ສ່ວນ​ນັກ​ເຕະ​ຄົນ​ສຳ­ຮອງ​ຈະ​ໄດ້​ຮັບ​ການ​ສືກ​ສາ​ອົບ­ຮົມ.
   ທັງ​ນີ້ ສະ­ຫະ­ພັນ​ບານ­ເຕະຫລວງ​ພະ​ບາງ​ຍັງ​ຖືກ​ສຳ​ຫລວດ ຖານ​ເອົາ​ນັກ​ເຕະ​ຈາກ​ພາກ­ສ່ວນອື່ນ​ມາ​ຮັບ​ໃຊ້​ໃນ​ທີມ ແຕ່​ໂຊກ​ດີທີມ​ຫລວງ​ພະ​ບາງ​ຍັງ​ມີ​ສິດ​ແຂ່ງຂັນ​ກີ­ລາ​ແຫ່ງ​ຊາດ​ໃນ​ຄັ້ງ​ຕໍ່​ໄປ.
   ຕໍ່​ຄຳ​ຕັດ­ສິນ​ດັ່ງ­ກ່າວ​ທາງ​ສະ ຫະ​ພັນ​ໄດ້​ໃຊ້​ກົດ​ຂອງ​ສະ­ຫະ­ພັນ ບານ­ເຕະ​ສາ­ກົນ ຫລື FIFA ໂດຍມີ​ທັງ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ ຊາດ​ຮ່ວມ​ກັບ​ກະ­ຊວງ​ສືກ​ສາ​ທິການ ແລະ ກີ­ລາ​ຈະ​ບໍ່​ໃຫ້​ມີ​ການ​ຍື່ນ​ອຸ­ທອນ​ຢ່າງ​ເດັດ­ຂາດ ທ່ານ ດຣ. ໄຊ​ບັນ­ດິດ​ກ່າວ.
   ຢ່າງ­ໃດ​ກໍ່​ຕາມ ທ່ານ​ເລ­ຂາ ສຕລ ກ່າວ​ວ່າ: ການ​ຕັດ­ສິນ​ເທື່ອນີ້​ ເປັນ​ຄັ້ງ​ທຳ​ອິດ​ຂອງ​ສະ­ຫະ­ພັນໃນ​ລະ­ດັບ​ກີ­ລາ​ແຫ່ງ​ຊາດ​ນັບ​ວ່າຍັງ​ຢູ່​ໃນ​ລະ­ດັບ​ທີ່​ເບົາ. ເນື່ອງຈາກ​ວົງ​ການ​ບານ­ເຕະ​ບ້ານ​ເຮົາຍັງ​ບໍ່​ທັນ​ເປັນ​ອາ­ຊີບ, ຖ້າ​ກົດ ຂອງ​ສາ­ກົນ​ແທ້​ອາດ​ຈະ​ເຖິງຫ້າມ​ແຂ່ງ­ຂັນ​ຕະ­ຫລອດ​ຊີ­ວິດ ຫລື ປັບ​ໃຫມ​ນຳ​ອີກ.

Laos National Team 2023

Laos National Team 2023
2023

Laos U19

Laos U19
2015

Laos vs Myanmar suzuki cup2012

Laos Premier League 2013>>Table

RED CARD

RED CARD
SOPHA WAS GIVEN A RED CARD, INDONESIA VS LAOS

Suzuki cup 2012

Suzuki cup 2012
Laos National Team 2012

Laos U16 (Red), vs Yemen

Laos U16 (Red), vs Yemen
Laos vs Yemen, AFC U16

AFF women's football championship 2012,

AFF women's football championship 2012,
Laos vs Thailand

Blogs+Previous articles

document translation

Hot topic