sabaidee. Powered by Blogger.

Nov 25, 2012

ນ່າເສຍດາຍທີມຊາດລາວຢັນອີນໂດບໍ່ໄຫວໃນທ້າຍເກມ (watch clip)

photo:BOLASHOTS











ທີມຊາດລາວໂດຍການນຳພາຂອງຄູເຝິກຊາວຢີປຸ່ນລົງສະໜາມເປັນເທື່ອທຳອິດຂອງສາຍບີ ເຊິ່ງພົບກັບທີມແຂງຢ່າງອິນໂດເນເຊຍ ເຊິ່ງໃນປະຫວັດຂອງການແຂ່ງຂັນຊິງແຊມອາຊີຕາເວັນອອກຊຽ່ງໃຕ້ ທີມຊາດລາວຍັງບໍເຄີຍເອົາຊະນະທີມອິນໂດເລີຍ.

ການເລີ້ມເກມໃນສີບນາທີທຳອິດ ຜູ້ຕໍ່ສູ້ຄືທີມອິນໂດມີໂອກາດໃນການຍິງປະຕູ,ແຕ່ກໍຖືກຜູ້ຮັກສາປະຕູຂອງລາວຮັກສາໄວ້ໃດ້

ທີມລາວໄດ້ມີໂອກາດນຳໄປກອ່ນໃນນາທີທີ່ສາມສີບຂອງເກມຈາກຍິງລູກຈຸດໂທດຂອງ ຄຳແພງ
ເຊີ່ງຜູ້ຮັກສາປະຕູຂອງອີນໂດໄປຂບູຂາ ວິລະຍຸດລມົ້ລົງໃນເຂດໂທດ,ຜູ້ຮັກສາປະຕູອີນໂດກໍ່ໄດ້ຮັບໃບແດງໄປ,
ເຊີ່ງຜູ້ຫລິ້ນອິນໂດມີການປະທວ້ງຕາມປະເພນີ.

ເວລາຕໍ່ມາບໍ່ດົນ ໂສພາຂອງລາວກໍ່ໄດ້ຮັບໃບແດງເຊັ່ນກັນແລະເຮັດໃຫ້ສອງທີມເຫືລອຜູ້ຫລີ້ນເທົ່າກັນໃນເດີນ.

ກອ່ນຊິໝົດເວລາທຳອິດ ອິນໂດກໍມາຕີສະເໝີດ້ວຍການເຕັດບານຂອງ Raphael Maitimo ເຮັດໃຫ້ເວລາທຳອິດສະເໝີກັນ 1:1

ໃນເວລາທີສອງງ ຮູບເກມຂອງສອງທີມກໍຄ້າຍຄືເຄີ່ງເວລາທີ່ນຶ່ງ , ມາຮອດນາທີ
79 ກອງເຊຍລາວໄດ້ເຮ໋ ອີກເທື່ອນຶ່ງ ເມຶ່ອແກ້ວວຽງເພັດ ຍິງໂດຍຂວາ ເຂົ້າຂ້າງຊ້າຍຂອງປະຕູ.ຜູ້ຮັກສາປະຕູອິນໂດໝົດສິດ.


ທິມລາວມາເສຍລູກທີ່ນ່າເສຍດາຍໃນນາທີສຸດທ້າຍຂອງເກມ ເຊິ່ງ ແສງພະຈັນຮັບຫລູດມືແລະ
Vendry Mofu ຍິງຊ້ຳເຂົ້າໄປ, ຈົບເກມ,ທີມອີນໂດຮັກສາໜັາໃວ້ໃດ້ໂດຍບໍ່ເສຍໃຫ້ລາວ 

ສ່ວນທີມລາວຖືວ່າມີການພັດທະນາແລະຫລີ້ນໃດ້ດີເກີນຄ່າດໝາຍ.

0 comments:

Laos National Team 2023

Laos National Team 2023
2023

Laos U19

Laos U19
2015

Laos vs Myanmar suzuki cup2012

Laos Premier League 2013>>Table

RED CARD

RED CARD
SOPHA WAS GIVEN A RED CARD, INDONESIA VS LAOS

Suzuki cup 2012

Suzuki cup 2012
Laos National Team 2012

Laos U16 (Red), vs Yemen

Laos U16 (Red), vs Yemen
Laos vs Yemen, AFC U16

AFF women's football championship 2012,

AFF women's football championship 2012,
Laos vs Thailand

Blogs+Previous articles

document translation

Hot topic