sabaidee. Powered by Blogger.

Oct 28, 2011

ອັນດັບ 4 ບົດຮຽນໃໝ່ຂອງທີມຊາດລາວໃນ AFF


ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ສະ­ບັບ​ວັນ​ທີ 25 ຕຸ­ລາ​ຜ່ານ​ມາ ໄດ້​ລາຍ​ງານ​ໃນ​ວົງ​ຈອນ​ກິ­ລາ​ວ່າ ໜ້າ​ເສຍ­ດາຍ​ແທນ​ທີມ​ຊາດ​ຍິງ​ລາວ ທີ່​ໄດ້​ພຽງ​ຊີງ​ທີ 3 ແຕ່​ຍິ່ງ​ໜ້າ​ເສຍ­ດາຍ​ໄປ​ກ່ວ​າ​ນັ້ນ​ກໍ​ຄື ຫວຽດ­ນາມ​ສາ­ມາດ​ຍາດ​ເອົາ​ທີ 3 ໄປ​ຄອງ ສ່ວນ​ເຈົ້າ­ພາບ​ໄດ້​ພຽງ​ທີ 4 ນີ້ ຖື​ວ່າ​ເປັນ​ອີກ​ບົດ­ຮຽນ​ໜຶ່ງ​ໃຫ້​ກັບ​ທີມ​ນັກ­ກີ­ລາ​ເຕະ­ບານ​ຍິງ​ທີມ​ຊາດ​ລາວ ໃນ​ການ​ແຂ່ງ­ຂັນ​ລະ­ດັບ​ອາ​ຊຽນ ເພື່ອ​ມາ​ພັດ­ທະ­ນາ​ວົງ​ການ​ກີ­ລາ​ເຕະ­ບານ​ຍິງ ກ້າວ​ສູ່​ເວ­ທີ​ພາກ​ພື້ນ ແລະ ສາ­ກົນ.
ການ​ແຂ່ງ­ຂັນ​ເຕະ­ບານ​ຍິງ​ຊີງ​ແຊັມ​ອາ​ຊຽນ (AFF) ປີ 2011 ທີ່​ລາວ​ເຮົາ​ເປັນ​ເຈົ້າ­ພາບ ຊຶ່ງ​ຜົນ​ການ​ແຂ່ງ­ຂັນ​ໃນ​ວັນ​ທີ 25 ຕຸ­ລາ 2011 ຜ່ານ​ມາ ທີມ​ຊາດ​ລາວ​ລົງ​ສະ­ໜາມ​ພົບ​ກັບ​ຫວຽດ­ນາມ ຊຶ່ງ​ເກມ​ການ​ແຂ່ງ­ຂັນ​ທີ່​ທັງ​ສອງ​ຝ່າຍ ຕ້ອງ​ກັບ​ມາ​ລົງ​ສະ­ໜາມ​ພົບ​ກັນ​ອີກ ຊຶ່ງ​ຜົນ​ການ​ແຂ່ງ­ຂັນ​ອອກ​ມາ​ວ່າ ລາວ​ບໍ່​ສາ­ມາດ​ລົ້ມ​ທີມ​ຊາດ​ຫວຽດ­ນາມ​ໄດ້ ເຖິງ​ແມ່ນ​ວ່າ​ທີມ​ຊາດ​ລາວ ຈະ​ໃຊ້​ຄວາມ​ພະ​ຍາມ​ຍາມ​ສຸດ​ຂີດ​ເພື່ອ​ເອົາ​ຊະ­ນະ ແຕ່​ກໍ​ບໍ່​ສາ­ມາດ​ມ້າງ​ເກມ​ຂອງ​ຫວຽດ­ນາມ​ໄດ້ ເຮັດ​ໃຫ້​ຈົບ​ການ​ແຂ່ງ­ຂັນ 90 ນາ­ທີ ຫວຽດ­ນາມ​ເອົາ​ຊະ­ນະ​ໄປ 6-0.
ສຳ­ລັບ​ຄູ່​ຊີງ​ຊະ­ນະ​ເລີດ ທີ່​ລົງ​ສະ­ໜາມ​ໃນ​ວັນ​ດຽວ​ກັນ ທີມ​ຊາດ​ໄທ (ຮອງ​ແຊັມ​ອາ​ຊຽນ​ປີ 2009) ພົບ​ກັບ​ມຽນ​ມາ ນັ້ນ (ອະ­ດີດ​ແຊັມ​ອາ​ຊຽນ​ໜຶ່ງ​ສະ­ໄໝ ໃນ​ປີ 2007) ເລີ່ມ​ການ​ແຂ່ງ­ຂັນ ຖື​ວ່າ​ໄທ​ມາ​ແຮງ​ກ່ວ​າ ສາ­ມາດ​ຍິງ​ປະ­ຕູ​ນຳ 2-0 ໃນ​ເຄິ່ງ​ເວ­ລາ​ທຳ​ອິດ ມາ​ເລີ່ມ​ເຄິ່ງ​ເວ­ລາ​ທີ​ສອງ ໄທ​ຍັງ​ໄດ້​ປຽບ ແຕ່​ມຽນ​ມາ​ເອງ​ບໍ່​ຍອມ​ອ່ອນ​ຂໍ້ ຈົນ​ສາ­ມາດ​ຍິງ​ປະ­ຕູ​ທັບ​ໄຂ່​ແຕກ​ຈົນ​ໄດ້ ໄລ່​ຂຶ້ນ​ມາ​ເປັນ 1-2 ແຕ່​ໜ້າ​ເສຍ­ດາຍ ທີ່​ບໍ່​ສາ­ມາດ​ຍິງ​ປະ­ຕູ​ຕີ​ສະ­ເໝີ​ໄດ້ ເຮັດ​ໃຫ້​ຈົບ​ເວ­ລາ​ການ​ແຂ່ງ­ຂັນ 90 ນາ­ທີ ໄທ​ເອົາ​ຊະ­ນະ 2-1 ຄ້ວ​າ​ແຊັມ AFF 2011 ມາ​ຄອງ​ໄດ້​ສົມ​ໃຈ.
ການ​ແຂ່ງ­ຂັນ​ຄັ້ງ​ນີ້ ຖື​ວ່າ​ເປັນ​ບົດ­ຮຽນ​ອັນ​ສຳ­ຄັນ​ຂອງ​ນັກ­ກີ­ລາ​ລາວ​ເຮົາ ທີ່​ຕ້ອງ​ຖອດ​ຖອນ​ເອົາ​ປະ­ສົບ​ການ ເພື່ອ​ມາ​ພັດ­ທະ­ນາ​ທັກ​ສະ​ໃນ​ການ​ຫຼິ້ນ​ບານ ຄອງ​ບານ ເພື່ອ​ເຮັດ​ໃຫ້​ວົງ​ການ​ກີ­ລາ​ບານ­ເຕະ​ຍິງ​ລາວ ໄດ້​ຄ່ອຍໆ​ພັດ­ທະ­ນາ​ຂຶ້ນ ເຖິງ​ວ່າ​ເຮົາ​ຈະ​ຢູ່​ໃນ​ອັນ​ດັບ 4 ແຕ່​ຖ້າ​ທຽບ­ໃສ່​ປະ­ສົບ​ການ​ແລ້ວ ເຮົາ​ເອງ​ຍັງ​ດ້ອຍ​ກ່ວ​າ​ປະ­ເທດ​ອື່ນ​ຫຼາຍ ເນື່ອງ​ຈາ​ກວ່າ​ຫຼາຍ​ປະ­ເທດ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ ລ້ວນ​ແລ້ວ­ແຕ່​ມີ​ປະ­ຫວັດ​ອັນ​ພົ້ນ​ເດັ່ນ​ໃນ​ລາຍ­ການ​ດັ່ງ­ກ່າວ ນັບ​ແຕ່​ປີ 2006 ເປັນ­ຕົ້ນ​ມາ ເຊັ່ນ: ເລີ່ມ​ຈາກ​ມຽນ​ມາ ໄດ້​ເຂົ້າ​ຮ່ວມ​ນັບ​ຕັ້ງ­ແຕ່​ເລີ່ມ​ມີ​ການ​ແຂ່ງ­ຂັນ AFF ໃນ​ປີ 2006 ເປັນ­ຕົ້ນ​ມາ ແລະ ເຄີຍ​ໄດ້​ເປັນ​ແຊັມ​ໜຶ່ງ​ສະ­ໄໝ​ຄື​ໃນ​ປີ 2007 ແລະ ເປັນ​ອັນ​ດັບ 4 ໃນ​ປີ 2006-2008-2009 ຕໍ່​ມາ​ຄົງ​ເປັນ​ຫວຽດ­ນາມ ທີ່​ເຄີຍ​ເປັນ​ແຊັມ 1 ສະ­ໄໝ ໃນ​ປີ 2006 ອັນ​ດັບ​ສອງ ໃນ​ປີ 2008 ແລະ ອັນ​ດັບ​ສາມ​ໃນ​ປີ 2007 2009 ມາ​ເບິ່ງ​ເບື້ອງ​ທີມ​ຊາດ​ໄທ ກໍ​ເຄີຍ​ເປັນ​ຮອງ​ແຊັມ​ສອງ​ສະ­ໄໝ​ຄື ໃນ​ປີ 2007-2009 ແລະ ເຄີຍ​ເປັນ​ອັນ​ດັບ​ສາມ​ໃນ​ປີ 2006-2008.
ສຳ­ລັບ​ທີມ​ຊາດ​ລາວ​ເຮົາ ແມ່ນ​ເປັນ​ປີ​ທຳ​ອິດ​ທີ່​ໄດ້​ເຂົ້າ​ເຖິງ​ຮອບ​ຮອງ​ຊະ­ນະ​ເລີດ ເຖິງ​ວ່າ​ຜົນ­ງານ​ອອກ​ມາ​ບໍ່​ຄ່ອຍ​ດີ ກໍ​ຕ້ອງ​ຮຽນ​ຜິດ​ຮຽນ​ຖືກ​ໄປ ແຕ່​ສິ່ງ​ທີ່​ແນ່ໆກ່​ວາ​ນັ້ນ​ຄື​ຜົນ­ງານ​ທີ່​ອອກ​ມາ ແມ່ນ​ສະ­ແດງ​ເຖິງ​ການ​ພັດ­ທະ­ນາ​ວົງ​ການ​ກີ­ລາ​ເຕະ­ບານ​ຍິງ​ລາວ ໄດ້​ມີ​ການ​ຂະ­ຫຍາຍ­ຕົວ.

Laos National Team 2023

Laos National Team 2023
2023

Laos U19

Laos U19
2015

Laos vs Myanmar suzuki cup2012

Laos Premier League 2013>>Table

RED CARD

RED CARD
SOPHA WAS GIVEN A RED CARD, INDONESIA VS LAOS

Suzuki cup 2012

Suzuki cup 2012
Laos National Team 2012

Laos U16 (Red), vs Yemen

Laos U16 (Red), vs Yemen
Laos vs Yemen, AFC U16

AFF women's football championship 2012,

AFF women's football championship 2012,
Laos vs Thailand

Blogs+Previous articles

document translation

Hot topic