sabaidee. Powered by Blogger.

Dec 24, 2011

Capital Vientiane beat Host to Win gold medal at 9th National Games


ນະຄອນຫຼວງ ດວນຈຸດໂທດ ຊະນະເຈົ້າພາບ 4Œ3 ນັດຊິງດໍາ
Capital Vientiane beat Host Luangprabang to Win the gold medal at Men's Football Final in 9th National Games 2011 ,Luangprabang, Vientiane beat 4:3 in penalty shoot out after both team didn't score on full time Game. 

ນັກ­ກີ­ລາ​ບານ­ເຕະ​ຊາຍ​ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ແມ້ນ​ກວ່າ ດວນ​ຈຸດ​ໂທດ ເອົາ​ຊະ­ນະ​ເຈົ້າ­ພາບ (ຫຼວງ​ພະ​ບາງ) 4Œຕໍ່3 ຍາດ​ຫຼຍນ​ຄຳ​ໄປ​ຄອງ ໃນ​ການ​ແຂ່ງ­ຂັນ​ເຕະ­ບານ ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ IX ຫຼື ໄກ່​ຜູ້​ໂອກ​ເກມ.
ການ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ​ໃນ​ຄືນ​ວັນ​ທີ 20 ທັນ­ວາ 2011 ຜ່ານ​ມາ ນະ­ຄອນ­ຫຼວງ​ວຽງ​ຈັນ ລົງ​ສະ­ໜາມ​ຊິງ​ຊະ­ນະ​ເລີດ​ກັບ​ເຈົ້າ­ພາບ ຊຶ່ງ​ການ​ແຂ່ງ­ຂັນ​ໄດ້​ດຳ­ເນີນ​ໄປ​ຢ່າງ​ດຸ­ເດືອດ ທັງ​ສອງ​ຝ່າຍ​ໄດ້​ສຸມ​ໃສ່​ບຸກ​ເພື່ອ​ຍິງ​ປະ­ຕູ​ໃຫ້​ກັບ​ທີມ​ໃຜ­ລາວ ແຕ່​ບໍ່​ສ້າງ​ມາດ​ທັບ​ໄຂ່​ແຕກ​ໄດ້ ຈົນ​ມາ​ເຖິງ​ທ້າຍ​ເຄິ່ງ​ເວ­ລາ​ສຸດ​ທ້າຍ ເກມ​ການ​ແຂ່ງ­ຂັນ​ເກີດ​ຊົນ​ລະ­ມຸນ ເມື່ອ​ນັກ­ກີ­ລາ​ຂອງ​ເຈົ້າ­ພາບ ແລະ ກຳ­ມະ­ການ​ກາງ ເກີດ​ຄວາມ​ບໍ່​ເຂົ້າ­ໃຈ​ກັນ ຈົນ​ມີ​ປາກ​ມີ​ສຽງ ເຮັດ​ໃຫ້​ນັກ­ກີ­ລາ​ເຈົ້າ­ພາບ​ໄລ່​ທຳ­ຮ້າຍ​ກຳ­ມະ­ການ ເຮັດ​ໃຫ້​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ຕ້ອງ​ໄດ້​ເຂົ້າ​ມາ​ຄວບ​ຄຸມ​ສະ­ຖາ­ນະ​ການ ຈົນ​ໄດ້​ຢຸດ​ການ​ແຂ່ງ­ຂັນ​ຫຼາຍ 10 ນາ­ທີ ເຮັດ​ໃຫ້ ຄຳ​ປະ­ສົງ ຊາ​ພັກ­ດີ ຕ້ອງ​ຖືກ​ໃບ​ແດງ ອອກ​ຈາກ​ການ​ແຂ່ງ­ຂັນ ຈົນ​ຄະ­ນະ​ຮັບ­ຜິດ­ຊອບ​ການ​ແຂ່ງ­ຂັນ ໄດ້​ຕໍ່​ເວ­ລາ​ພິ­ເສດ ທີມ​ເຈົ້າ­ພາບ​ພາດ​ອີກ​ຄັ້ງ ໂດຍ​ການ​ເຂົ້າ​ປະ​ທະ​ຂອງ ໄຊ​ຍະ​ເວດ ພູນ​ສະ​ຫວັດ ຕ້ອງ​ຖືກ​ໃບ​ເຫຼືອງ​ໃບ​ທີ 2 ຈຳ­ເປັນ​ຕ້ອງ​ໄດ້​ອອກ​ຈາກ​ການ​ແຂ່ງ­ຂັນ​ໄປ ຊຶ່ງ​ໝົດ 30 ນາ­ທີ ທັງ​ສອງ​ຝ່າຍ​ບໍ່​ສາ­ມາດ​ຍິງ​ປະ­ຕູ​ໄດ້ ຈົນ​ມາ​ຕັດ­ສິນ​ກັນ​ດ້ວຍ​ການ​ເຕະ​ຈຸດ​ໂທດ ແລະ ກໍ​ກາຍ­ເປັນ​ທີມ​ນະ­ຄອນ­ຫຼວງ​ວຽງ​ຈັນ ຊະ­ນະ 4Œ3 ປະ­ຕູ ໄດ້​ຫຼຽນ​ຄຳ​ໄປ​ຄອງ ສ່ວນ​ຫຼຽນ​ເງິນ​ເປັນ​ຂອງ​ເຈົ້າ­ພາບ​ຫຼວງ​ພະ​ບາງ ແລະ ຫຼຽນ​ທອງ​ເປັນ​ຂອງ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ.
ການ​ແຂ່ງ­ຂັນ​ນັດ​ຊິງ​ຊະ­ນະ​ເລີດ​ຄັ້ງ​ນີ້ ອາດ​ຈະ​ເປັນ​ບົດ­ຮຽນ​ອັນ​ໃຫຍ່​ຫຼວງ ໃຫ້​ກັບ​ບັນ­ດາ​ແຂວງ ກໍ​ຄື ຄະ­ນະ​ຮັບ­ຜິດ­ຊອບ​ຈັດ​ງານ ຕ້ອງ​ເອົາ­ໃຈ­ໃສ່​ຢ່າງ​ເຂັ້ມ​ງວດ ລວມ​ໄປ​ເຖິງ​ສະ­ຫະ­ພັນ​ກີ­ລາ​ແຕ່​ລະ​ປະ­ເພດ ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ສຶກ​ສາ​ອົບ­ຮົມ​ບັນ­ດາ​ນັກ­ກີ­ລາ ໃຫ້​ເຂົ້າ­ໃຈ​ວ່າ​ເກມ​ກີ­ລາ ແມ່ນ​ມີ​ໄດ້​ມີ​ເສຍ ແຕ່​ນັກ­ກີ­ລາ​ຕ້ອງ​ມີ​ສາ­ມັນ​ສຳ­ນຶກ ເພື່ອ​ຄວບ​ຄຸມ​ອາ­ລົມ​ໃຫ້​ໄດ້ ເຫດ­ການ​ແນວ​ນີ້ ບໍ່​ຄວນ​ເອົາ​ເປັນ​ແບບ­ຢ່າງ ຊຶ່ງ​ເປັນ​ບັນ­ຫາ​ທີ່​ພາກ­ສ່ວນ​ກ່ຽວ­ຂ້ອງ ຕ້ອງ​ອອກ​ມາ​ຊີ້​ແຈງ.

Original article: vientianemai

0 comments:

Laos National Team 2023

Laos National Team 2023
2023

Laos U19

Laos U19
2015

Laos vs Myanmar suzuki cup2012

Laos Premier League 2013>>Table

RED CARD

RED CARD
SOPHA WAS GIVEN A RED CARD, INDONESIA VS LAOS

Suzuki cup 2012

Suzuki cup 2012
Laos National Team 2012

Laos U16 (Red), vs Yemen

Laos U16 (Red), vs Yemen
Laos vs Yemen, AFC U16

AFF women's football championship 2012,

AFF women's football championship 2012,
Laos vs Thailand

Blogs+Previous articles

document translation

Hot topic