sabaidee. Powered by Blogger.

Nov 11, 2011

ສາມນາທີເສຍສອງປະຕູ,ທີມລາວຝັນດັບ









 ຄວາມຫວັງຂອງທີມຊາດລາວທີ່ຈະຜ່ານເຂົ້າຮອບຕໍ່ໄປໄດ້ດັບ
ສະຫລາຍເມືອ່ບໍ່ສາມາດເອົາຊະນະ
ຜູ້ຕໍ່ສູ້ໃນນັດທີ່ສາມຂອງຕົນ;ເຊິ່ງຜ່ານມາສາມນັດນັ້ນເສຍສອງສະເໝີໜຶ່ງ ເຊີ່ງເປັນຜົນງານທີ່ບໍ່ຍອມຮັບເລີຍຈາກກອງເຊຍທີມຊາດລາວ.

ມື໊ວານນີ໋ນັດທີ່ສາມຂອງລາວແມ່ນພົບກັບທີມທີ່ລາວເຄີຍເອົາຊະນະຜ່ານມາໃນອາດີດ ຟິລິປິນ.ເຊິ່ງເວັ້າເຖິງຄວາມສາມາດຂອງຜູ້ຫລີ້ນແລ້ວອາດຈະສູສີກັນ.
ທິມຊາດຟິລິປິນໄດ້ຍິງປະຕູກອ່ນໃນນາທີທີ່ເຈັດແລະລຳເນົາ ສິງໂຕກໍ່ມາຕີສະເໝີໃນທ້າຍເກມຂອງເຄິ່ງເວລາທຳອິດຄືນາທີ
ສາມສິບເເປດໂດຍບານ
ຜ່ານທາງປີກຂວາຂອງເບີເຈັດແລະຕຳຂາກອງຫລັງຂອງ
 ຟິລິປີນແລ້ວເຂົ້າຕີນຂວາຂອງລຳເນົາ. ລຳເນົາຍິງໂດຍບໍ່ໄດ້ແຕ່ງແລ້ວເຂົ້າຕານ່າງຢ່າງງົດງາມ.ຈົບເຄິ່ງທຳອິດສະເໝີກັນ 1:1
   ເຄິ່ງເວລາທີ່ສອງທີມລາວກໍມາຍິງໄດ້ປະຕູທີ່ສອງໃນນາທີ47  ໂດຍການຜ່ານທະລຸກາງຂອງກອງກາງລາວແລ້ວລຳເນົາຫລຸດດຽ່ວ;ລຳເນົາອາໃສຄວາມໄວ
ຂອງຕົນແລະສັນຊາດຕະຍານນັກຍິງແລ້ວຍິງເບົງໆໂດຍຕີນຂວາ;
ບານເຂົ້ງໄປປະຕູຂ້າງຊ້າຍຂອງ
ຜູ້ຮັກສາປະຕູຂອງຟິລິປີນ.

ການແຂ່ງຂັນດຳເນີນມາຈົດຮອດນາທີສຸດທ້າຍຂອງເກມແລະທຸກໆຄົນ
ພອ້ມດ້ວຍຜູ້ຫລີ້ນ
ຂອງລາວເອງອາດຈະຄິດວ່າ ເກມນີ້ລາວຊະນະແນ່ນອນ ແລະທີຟິລິປີນອາໄສຄວາມປະມາດແລະອອ່ນລ້າຂອງຫລັງລາວກໍ່ມາຍິງປະຕູ
ຕີສະເໝີໄດ້ໃນນາທີ 90 ແລະປະຕູໄຊໃນນາທີ93 .ການແຂ່ງຂັນຈົບເກມລາວ
ເສຍສອງປະຕູໃນສາມນາ
ທີເຊິ່ງເປັນຜົນງານທີ່ຂີ້ລ້າຍທີ່ສຸດ.


0 comments:

Laos National Team 2023

Laos National Team 2023
2023

Laos U19

Laos U19
2015

Laos vs Myanmar suzuki cup2012

Laos Premier League 2013>>Table

RED CARD

RED CARD
SOPHA WAS GIVEN A RED CARD, INDONESIA VS LAOS

Suzuki cup 2012

Suzuki cup 2012
Laos National Team 2012

Laos U16 (Red), vs Yemen

Laos U16 (Red), vs Yemen
Laos vs Yemen, AFC U16

AFF women's football championship 2012,

AFF women's football championship 2012,
Laos vs Thailand

Blogs+Previous articles

document translation

Hot topic