sabaidee. Powered by Blogger.

Nov 1, 2011

ບໍ­ລິ­ສັດລາວໂຕໂຢຕ້າບໍ­ລິ­ການ ຈຳ­ກັດ ໄດ້ໃຫ້­ການສະ­ໜັບ­ສະ­ໜູນເງິນ ຈຳ­ນວນ 30.000 ໂດລາສະ­ຫະ­ລັດ

ບໍ­ລິ­ສັດລາວໂຕໂຢຕ້າບໍ­ລິ­ການ ຈຳ­ກັດ ໄດ້ໃຫ້­ການສະ­ໜັບ­ສະ­ໜູນເງິນ ຈຳ­ນວນ 30.000 ໂດລາສະ­ຫະ­ລັດ ຫຼື ປະ­ມານ 240 ລ້ານກີບ ໃຫ້ແກ່ສະ­ຫະ­ພັນບານ­ເຕະແຫ່ງຊາດລາວ ເພື່ອນຳໃຊ້ເຂົ້າໃນການບໍ­ລິ­ຫານຈັດ­ການ ກໍຄືການເຝິກ­ຊ້ອມ ເພື່ອກຽມຄວາມພ້ອມໃຫ້ແກ່ນັກ­ກີ­ລາບານ­ເຕະທີມຊາດ ທັງຊາຍ ແລະ ຍິງ ໃນການແຂ່ງ­ຂັນບານ­ເຕະຮັບໃຊ້ຊາດໃນລາຍ­ການຕ່າງໆ.

ພິ­ທີມອບຮັບເງິນສະ­ໜັບ­ສະ­ໜູນດັ່ງ­ກ່າວ ໄດ້ມີຂຶ້ນວັນທີ 27 ຕຸ­ລາ 2011 ຢູ່ສະ­ຫະ­ພັນບານ­ເຕະແຫ່ງຊາດລາວ (ຫ້ວຍຫົງ) ເຊິ່ງກ່າວມອບໂດຍທ່ານ ເພັດຕາ­ວັນ ອິນທະວົງ ຜູ້ຈັດ­ການໃຫຍ່ ຝ່າຍລູກຄ້າສຳ­ພັນ ແລະ ການຕະ­ຫຼາດ ກ່າວຮັບໂດຍທ່ານ ວີເພັດ ສີຫາຈັກ ປະ­ທານສະ­ຫະ­ພັນບານ­ເຕະແຫ່ງຊາດລາວ ໂດຍຊ້ອງໜ້າຄູເຝິກ ຜູ້ຊ່ວຍ ແລະ ນັກ­ກີ­ລາ ເຂົ້າຮ່ວມ.


vientianemaii

0 comments:

Laos National Team 2023

Laos National Team 2023
2023

Laos U19

Laos U19
2015

Laos vs Myanmar suzuki cup2012

Laos Premier League 2013>>Table

RED CARD

RED CARD
SOPHA WAS GIVEN A RED CARD, INDONESIA VS LAOS

Suzuki cup 2012

Suzuki cup 2012
Laos National Team 2012

Laos U16 (Red), vs Yemen

Laos U16 (Red), vs Yemen
Laos vs Yemen, AFC U16

AFF women's football championship 2012,

AFF women's football championship 2012,
Laos vs Thailand

Blogs+Previous articles

document translation

Hot topic